ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກຫ້ອງຍຸດທະສາດການທະຫານ ກົມ ວສ-ປສ ການທະຫານ
ສຳເລັດການເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງຕົນ


ໜ່ວຍພັກຫ້ອງຍຸດທະສາດການທະຫານ ກົມວິທະຍາສາດ-ປະຫວັດສາດ ການທະຫານໄດ້ສຳເລັດ ການເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III

    ວັນທີ 29 ມີນາ 2024 ນີ້, ໜ່ວຍພັກຫ້ອງຍຸດທະສາດການທະຫານ ກົມວິທະຍາສາດ-ປະຫວັດສາດ ການທະຫານໄດ້ສຳເລັດ ການເປີດ
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ເພື່ອປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດ
ຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ໂດຍເປັນກຽດເຂົ້າຮ່ວມຂອງ
ສະຫາຍ ພັນເອກ ທົງໄຊ ພິລາລັກ ເລຂາໜ່ວຍພັກ ຫົວໜ້າຫ້ອງຍຸດທະສາດການທະຫານ, ມີຕົວແທນຈາກບັນດາຫ້ອງພະແນກເອກະລາດ, ອົງ
ການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກພັກສົມບູນພາຍໃນຫ້ອງ ເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນເອກ ທົງໄຊ ພິລາລັກ ເລຂາໜ່ວຍພັກຫ້ອງຍຸດທະສາດການທະຫານ ໄດ້ຂຶ້ນຜ່ານບົດລາຍງານທັງສອງພາກ ໂດຍຍົກ
ໃຫ້ເຫັນດ້ານດີທີ່ເປັນຜົນງານ ແລະ ຂໍ້ບົກພ່ອງທີ່ຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ, ໃນນັ້ນໜ່ວຍພັກຫ້ອງຍຸດທະສາດການທະຫານ ປະກອບມີຄະນະ
ພັກ 3 ສະຫາຍ, ມີສະມາຊິກພັກທັງໝົດ 22 ສະຫາຍ, ຍິງ 05 ສະຫາຍ. ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາຄະນະພັກໄດ້ເອົາໃຈໃສ່ສຶກສາອົບ
ຮົມແນວຄິດເປັນຫຼັກ ເຊື່ອມຊຶມຂໍ້ກຳນົດກົດລະບຽບຂອງພັກ, ສາມາດເຮັດໃຫ້ສະມາຊິກພັກພາຍໃນຫ້ອງຍຸດທະສາດການທະຫານ ມີຄວາມ
ອຸ່ນອ່ຽນທຸນທ່ຽງ ສາມາດເຮັດສຳເລັດໜ້າທີ່ ທີ່ພັກ ແລະ ຂັ້ນເທິງມອບໝາຍໃຫ້, ສາມາດ ເຮັດໃຫ້ໜ່ວຍພັກຫ້ອງຍຸດທະສາດການທະຫານ
ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 5 ປີ ຜ່ານມາ, ສ່ວນວຽກງານວິຊາສະເພາະຫ້ອງຍຸດທະສາດການທະຫານ ປະກອບ
ມີ 5 ພະແນກການຂຶ້ນກັບ ໃນນັ້ນມີພະແນກການທະຫານສາກົນ, ພະແນກສິລະປະການທະຫານ, ພະແນກຄົ້ນຄວ້າກໍ່ສ້າງແນວຫຼັງຍຸດທະສາດ,
ພະແນກແນວທາງທິດສະດີການທະຫານຂອງພັກ ແລະ ພະແນກຄົ້ນຄວ້າຈັດຕັ້ງ-ກໍ່ສ້າງກຳລັງ. ຕະຫຼອດໄລຍະ 5 ປີ ຜ່ານມາຫ້ອງຍຸດທະສາດ
ການທະຫານ ສາມາດເປັນເສນາທິການໃຫ້ກົມວິທະຍາສາດ-ປະຫວັດສາດການທະຫານເຮັດສຳເລັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ.

     ໃນພິທີ, ກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ເພື່ອປັບປຸງຈຸດທີ່ຄົງຄ້າງ ພ້ອມທັງຜ່ານແຜນການແຕ່ນີ້ຮອດປີ 2028 ເພື່ອສືບ
ຕໍ່ຈັດຕັ້ງປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ເຊິ່ງມີຜູ້ສະ
ໝັກທັງໝົດ 7 ສະຫາຍ ເລືອກເອົາ 5 ສະຫາຍໄດ້ຕາມລະດັບຄາດໝາຍ. ທ້າຍພິທີສະຫາຍປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກ
ພັກຈົ່ງຍົກສູງຕື່ນຕົວແນວຄິດການເມືອງຂອງຕົນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວຽກວິຊາສະເພາະ ແລະ ວຽກຂະບວນການໃຫ້ມີຄວາມ
ຟົດຟື້ນ, ກໍ່ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ຈັນທະພອນ
ວັນທີ 02/04/2024